ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບປະກາດໃຫ້ນາຍທະຫານພັກການກຽມຮັບເບ້ຍບໍານານ

     ວັນທີ 25 ທັນວາ 2023 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ລຸລ່ວງໃຫ້ນາຍທະຫານພັກການເພື່ອກຽມຮັບເບ້ຍບໍານານ, ໂດຍການ
ເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງ
ທັບ, ມີຄະນະກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງ ແລະ ພາກສ່ວນທີ່ກຽມຮັບເບ້ຍບໍານານເຂົ້າຮ່ວມ.

     ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າ
ດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການ ພັກການຮັບເບ້ຍບໍານານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
( ສະບັບປັບປຸງ ) ໃນພາກທີ III ໝວດທີ 1 ມາດຕາ 33 ວ່າດ້ວຍ ອາຍຸກະສຽນຮັບເບ້ຍບໍານານຂອງນາຍທະຫານ, ອີງຕາມການຄົ້ນຄວ້າຕົກ
ລົງເປັນເອກະພາບ ຂອງກອງປະຊຸມຄະນະລັດຖະມົນຕີ ກະຊວງປ້ອງກັນປະເທດ, ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີຂອງ ກົມໃຫຍ່ການ
ເມືອງກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ ໃຫ້ ສະຫາຍ ພັນເອກ ໄຊພອນ ສອນມະນີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາ
ທິການ, ພັນເອກ ຄໍາແພງ ຍຸທະວົງ ຮອງຫົວໜ້າກົມລົດຕັງ-ຍານເກາະ, ພັນເອກ ພັນສາຍ ຂັນທະໄຊ ຮອງຫົວໜ້າກົມສູ້ຮົບ, ພັນເອກ ຄໍາ
ສົນ ທິບສົມພັນ ຮອງຫົວໜ້າກົມການທະຫານທ້ອງຖິ່ນ, ພັນເອກ ຄໍາພັນເຊໃຫຍ່ ທຸມມະແສງ ຫົວໜ້າການເມືອງ ໂຮງຮຽນທະຫານຊາຍ
ແດນ 712, ພັນເອກ ເປັ່ງສອນ ພຸດທະໄຊ ຫົວໜ້າການທະຫານ ໂຮງຮຽນເຫຼົ່າຮົບສື່ສານ 205.

     ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ທຸ່ມ
ເທເຫື່ອແຮງ, ສະຕິປັນຍາທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ກໍຄືປະກອບສ່ວນເຂົ້າໃນ
ການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາ ເຊິ່ງການປະກາດລຸລ່ວງກຽມຮັບເບ້ຍບໍານານໃນຄັ້ງນີ້ ກໍແມ່ນປະຕິບັດຕາມນະແນວທາງ
ຂອງພັກ-ລັດ ກໍຄືກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານທຸກສະຫາຍ ເມື່ອຮອດອາຍຸກະສຽນກໍຕ້ອງປະຕິບັດໃຫ້ຖືກຕ້ອງ
ຕາມແນວທາງກຽມເຂົ້າຮັບເບ້ຍບໍານານ ພ້ອມທັງເນັ້ນໜັກໃຫ້ບັນດາ ສະຫາຍ ສືບຕໍ່ຊີ້ນໍາ-ນໍາພາສຶກສາອົບຮົມລູກຫຼານ ປະຕິບັດລະບຽບກົດ
ໝາຍຂອງບ້ານເມືຶອງ ເຂົ້າຮ່ວມທຸກການເຄື່ອນໄຫວຢູ່ຮາກຖານ ເຮັດ​ໃຫ້ຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍເປັນ
ຫຼັກແຫຼ່ງຊຸກຍູ້ໃຫ້ເຂົາເຈົ້າ ເປັນເຈົ້າການປະກອບສ່ວນເຮັດວຽກງານປ້ອງກັນຊາດປ້ອງກັນ-ຄວາມສະຫງົບ ຢ່າງແຂງແຮງ ເຮັດໃຫ້ປະເທດ
ຊາດມີຄວາມຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ແຫຼ່ງຂ່າວໂດຍ ພຸດທະວອນ
ວັນທີ 27/12/2023